ເພື່ອຍົກລະດັບການບໍລິການ ບໍລິສັດບຸນລ້ຽງ ອະສັງຫາລິມະຊັບ ຊື້ດິນ-ຂາຍດິນ ຈຳກັດຜູ້ດຽວ ນອກຈາກຈະໃຫ້ບໍລິການ ຊື້-ຂາຍໂອນກຳມະສິດນຳໃຊ້ທີ່ດິນແລ້ວ ທາງບໍລິສັດໄດ້ເພີ່ມການບໍລິການໃໝ່ຄື ບໍລິການບ້ານຈັດສັນ ທີ່ດິນພ້ອມເຮືອນ ເພື່ອເປັນທາງເລືອກໃຫ້ແກ່ລູກຄ້າ.
![](https://scontent.fvte2-3.fna.fbcdn.net/v/t39.30808-6/277707233_2174488236037303_2837059539807567362_n.jpg?_nc_cat=106&ccb=1-5&_nc_sid=5cd70e&_nc_eui2=AeF9BgNtvus9FUTbzShi4heA90ugK-XrGDj3S6Ar5esYODDXdVFi740xPeXeXbNab1hlfz4TaGhGvAOUibKx4bWY&_nc_ohc=jryCFpLJfOoAX_f5pNk&_nc_ht=scontent.fvte2-3.fna&oh=00_AT8KmSCQX5SisbSDacLepoPEKIuTEIGwx2qqPslgWv94yw&oe=6264062D)
ທ່ານ ບຸນລ້ຽງ ເມືອງແສນ ປະທານ ບໍລິສັດບຸນລ້ຽງ ອະສັງຫາລິມະຊັບ ຊື້ດິນ-ຂາຍດິນ ຈຳກັດຜູ້ດຽວ ໄດ້ໃຫ້ສຳພາດວ່າ: ພາຍຫຼັງເຮັດທຸລະກິດອະສັງຫາລິມະຊັບ ຊື້-ຂາຍ ກໍາມະສິດນໍາໃຊ້ທີ່ດິນມາເກືອບ 10 ປີ ແລະ ໄດ້ກໍ່ຕັ້ງເປັນບໍລິສັດໃນ 2018 ມາຮອດປັດຈຸບັນໄດ້ເນີນໂຄງການຊື້-ຂາຍ ກຳມະສິດນຳໃຊ້ທີ່ດິນຮອດ 21 ໂຄງການ ເຊິ່ງເຫັນມີທ່າກ້າວຂະຫຍາຍຕົວ ແລະ ໂຄງການຈັດສັນດິນຂາຍຜ່ານມາ ແຕ່ລະໂຄງການແມ່ນໄດ້ມີການພັດທະນາພື້ນຖານໂຄງລ່າງ ມີທັງທາງປູຢາງ, ປູຄອນກຣີດ ແລະ ທາງແດງ, ມີໄຟຟ້າ, ນໍ້າປະປາ.
![](https://scontent.fvte2-3.fna.fbcdn.net/v/t39.30808-6/277737684_2174488256037301_2129256525873341516_n.jpg?_nc_cat=107&ccb=1-5&_nc_sid=5cd70e&_nc_eui2=AeEVLY4BqKby1T3QhYYMkm9SPcuHoCMxQ_U9y4egIzFD9dhUWvGXIiu09GD8vaUfT6esm8Jm-R03sZJ-x74-4Y6T&_nc_ohc=T4RBbKO7XgYAX-SwGmK&tn=7WaCOs74ahOpR5j9&_nc_ht=scontent.fvte2-3.fna&oh=00_AT_QNMJGRkcHRSUuqpf90laSM2UE0HvRxDhUwovS0n-DZA&oe=6262866B)
ປັດຈຸບັນນີ້ ບໍລິສັດໄດ້ເພີ່ມບໍລິການໃໝ່ນອກຈາກເຮັດດິນຈັດສັນແບ່ງຂາຍແລ້ວ ຍັງໄດ້ເລີ່ມເຮັດໂຄງການບ້ານຈັດສັນ (ດິນພ້ອມເຮືອນ) ຂາຍ ໂດຍເລີ່ມລົງມືເຮັດໃນວັນທີ 4 ເມສາ 2022 ຢູ່ບ້ານນາຄວາຍໃຕ້, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ເຊິ່ງບ້ານຈັດສັນທີ່ເຮັດມີຫຼາຍແບບ, ຫຼາຍລາຄາ ໃຫ້ລູກຄ້າເລືອກ ເຊິ່ງມີເປົ້າໝາຍເນັ້ນລູກຄ້າລະດັບກາງ ຫາ ລ່າງ ເພາະເປັນດິນພ້ອມເຮືອນ ລາຄາເລີ່ມຕົ້ນ 8 ແສນ ຫາ 1,2 ລ້ານບາດ ແລະ ຖ້າຫາກລູກຄ້າຢາກໄດ້ເຮືອນທີ່ມີລາຄາສູງກວ່ານີ້ ກໍສາມາດບໍລິການໄດ້. ແຕ່ໃນເບື້ອງຕົ້ນແມ່ນມີບໍລິການເຮືອນພ້ອມດິນໃນລາຄາທີ່ໂຄງການນຳນົດ.